ສະຖາບັນພັດທະນາອາຊີວະສຶກສາ

ການສຶກສາ ການຄົ້ນຄວ້າ ແລະ ການພັດທະນາດ້ານອາຊີວະສຶກສາ

40+
ປີຂອງປະຫວັດ
13
ອາຄານທັງໝົດ
5
ພາກວິຊາ
4
ພະແນກ

ກ່ຽວກັບພວກເຮົາ

ສະຖາບັນພັດທະນາອາຊີວະສຶກສາຕັ້ງຢູ່ບໍລິເວນ ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ມີເນື້ອທີ່ປະມານ 2 ເຮັກຕາ, ມີອາຄານ ທັງໝົດ 13 ຫຼັງ ໃນນີ້ເປັນຫໍພັກ 4 ຫຼັງ, ເປັນໂຮງຝຶກງານ 4 ຫຼັງ ແລະ ເປັນຫ້ອງການ-ຫ້ອງຮຽນ 5 ຫຼັງ, ມີເຄື່ອງຈັກ-ເຄື່ອງມື, ວັດຖຸປະກອນ ແລະ ສິ່ງອໍານວຍຄວາມສະດວກທຸກຢ່າງ ທີ່ຈາໍເປັນ ສາໍລັບການປະຕິບັດງານ ແລະ ມີສະພາບແວດລ້ອມທີ່ດີ ຊຶ່ງລວມທັງ ສາລາພັກຜ່ອນ ທີ່ນັກສຶກສາ ປະກອບສ່ວນສ້າງໄວ້ເປັນທີ່ລະນຶກ ຈາໍນວນ 5 ຫຼັງ.

ພາລະບົດບາດ

  • ✓ ການພັດທະນາຄຸນນະພາບອາຈານ
  • ✓ ການພັດທະນາຫຼັກສູດ ແລະ ວັດສະດຸການສຶກສາ
  • ✓ ການຄົ້ນຄວ້າດ້ານອາຊີວະສຶກສາ
  • ✓ ການປະກັນຄຸນນະພາບ
  • ✓ ການສ້າງສະຖາບັນ
ອ່ານເພີ່ມເຕີມ

ວິໄສທັດ

ກາຍເປັນສະຖາບັນຊັ້ນນຳດ້ານການພັດທະນາຄຸນນະພາບອາຈານ ແລະ ການສ້າງສະຖາບັນດ້ານອາຊີວະສຶກສາໃນປະເທດລາວ ທີ່ມີຄວາມສົມບູນແບບ ແລະ ທັນສະໄໝ.

ຄຸນຄ່າທີ່ພວກເຮົາມີ:
  • ຄວາມເປັນມືອາຊີບ
  • ຄວາມຮ່ວມມື
  • ຄວາມສະໝັກສະເໝີ
  • ຄວາມກ້າວໜ້າ
ອ່ານເພີ່ມເຕີມ

ພາກວິຊາ

ບໍລິຫານທຸລະກິດ ແລະ ບໍລິການ
ກະສິກຳ
ເຕັກໂນໂລຊີກົນຈັກ
ໄຟຟ້າ-ເອເລັັກໂຕຣນິກ
ໂຍທາ ແລະ ບໍ່ແຮ່

ເສັ້ນທາງປະຫວັດສາດ

1983-1986

ຖືກນໍາໃຊ້ເປັນໂຮງຮຽນກໍ່ສ້າງ ແລະ ບໍາລຸງຄູອາຊີວະສຶກສາ ໄລຍະສັ້ນ 10 ເດືອນ ໃນ 7 ສາຂາວິຊາ ມີພະນັກງານ 20 ຄົນ ແລະ ນັກສຶກສາ 206 ຄົນ.

1998-2003

ປ່ຽນມາເປັນສູນພັດທະນາອາຊີວະສຶກສາ ພັດທະນາຫູັກສູດ ແລະ ສື່ການຮຽນ-ການສອນ.

2016

ຍົກລະດັບເປັນສະຖາບັນວິຊາການ ມີຖານະເທົ່າກັບຄະນະວິຊາ ຂອງມະຫາວິທະຍາໄລ.

1986-1998

ສ້າງຄູອາຊີວະສຶກສາ ໃນລະດັບຊັ້ນກາງໃນຫຼັກສູດ 7 ດັ່ງກ່າວ ແລະ ໄດ້ຮັບການຊ່ວຍເຫຼືອຈາກອົງການສະຫະປະຊາຊາດ.

2013

ປ່ຽນຊື່ເປັນ ສະຖາບັນພັດທະນາອາຊີວະສຶກສາ ປະກອບດ້ວຍ: 1 ຫ້ອງການ ແລະ 3 ສູນ ລວມມີ 12 ຂະແຫນງ.

2023

ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຖາບັນພັດທະນາອາຊີວະສຶກສາ ປະກອບດ້ວຍ 4 ພະແນກ ແລະ 5 ພາກວິຊາ.