ປະຫວັດ

ສະຖາບັນພັດທະນາອາຊີວະສຶກສາຕັ້ງຢູ່ບໍລິເວນ ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ມີເນື້ອທີ່ປະມານ 2 ເຮັກຕາ, ມີອາຄານ ທັງໝົດ 13 ຫຼັງ ໃນນີ້ເປັນຫໍພັກ 4 ຫຼັງ, ເປັນໂຮງຝຶກງານ 4 ຫຼັງ ແລະ ເປັນຫ້ອງການ-ຫ້ອງຮຽນ 5 ຫຼັງ, ມີເຄື່ອງຈັກ-ເຄື່ອງມື, ວັດຖຸປະກອນ ແລະ ສິ່ງອໍານວຍຄວາມສະດວກທຸກຢ່າງ ທີ່ຈາໍເປັນ ສາໍລັບການປະຕິບັດງານ ແລະ ມີສະພາບແວດລ້ອມທີ່ດີ ຊຶ່ງລວມທັງ ສາລາພັກຜ່ອນ ທີ່ນັກສຶກສາ ປະກອບສ່ວນສ້າງໄວ້ເປັນທີ່ລະນຶກ ຈາໍນວນ 5 ຫຼັງ.

ປີ 1983-1986

ສະຖານທີ່ແຫ່ງນີ້ ໄດ້ຖືກນໍາໃຊ້ເປັນໂຮງຮຽນກໍ່ສ້າງ ແລະ ບໍາລຸງຄູອາຊີວະສຶກສາ ໄລຍະສັ້ນ 10 ເດືອນ ໃນ 7 ສາຂາວິຊາ ເຊັ່ນ: ສ້ອມແປງລົດຍົນ, ຈັກກົນ, ໂລຫະ, ໄຟຟ້າ, ຊ່າງກໍ່ສ້າງ, ຊ່າງໄມ້ ແລະ ຄຸ້ມຄອງຫ້ອງການ ມີຈໍານວນພະນັກງານທັງໝົດ 20 ຄົນ ແລະ ນັກສຶກສາ ຈໍານວນ 206 ຄົນ.

ປີ 1986-1998

ໄດ້ສ້າງຄູອາຊີວະສຶກສາ ໃນລະດັບຊັ້ນກາງໃນຫຼັກສູດ 7 ດັ່ງກ່າວ ແລະ ໄດ້ຮັບການຊ່ວຍເຫຼືອຈາກອົງການສະຫະປະຊາຊາດ ເພື່ອພັດທະນາຄູ ແລະ ບໍາລຸງຄູອາຊີວະສຶກສາ ແລະ ຈັດຕັ້ງປະຕິບັດໂຄງການໂດຍອົງການແຮງງານສາກົນ ເຊິ່ງມີມູນຄ່າປະມານ 1,2 ລ້ານໂດລາສະຫະລັດ.

ປີ 1998-2003

ໂຮງຮຽນດັ່ງກ່າວໄດ້ຖືກປ່ຽນມາເປັນສູນພັດທະນາອາຊີວະສຶກສາ ເຊິ່ງມີພາລະບົດບາດ ແລະ ໜ້າທີ່ໃນການພັດທະນາຫູັກສູດ ແລະ ສື່ການຮຽນ-ການສອນ ແລະ ວຽກງານຂໍ້ມູນຂ່າວສານອາຊີວະສຶກສາ, ສູນດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກໂຄງການ GTZ-VETSA ແລະ DED ໃນການປັບປຸງອາຄານຊ່າງກໍ່ສ້າງ ໃຫ້ເປັນສູນຂໍ້ມູນຂ່າວສານອາຊີວະສຶກສາ.

ປີ 2004-2012

ໄດ້ສືບຕໍ່ສ້າງຄູອາຊີວະສຶກສາ ເປັນລະດັບຊັ້ນສູງ ແລະ ປະລິນຍາຕີ ໃນສາມກຸ່ມວິຊາສະເພາະ ຄື: ກະສິກໍາ, ອຸດສາຫະກໍາ ແລະ ບໍລິຫານທຸລະກິດ ແລະ ໄດ້ຮັບການຊ່ວຍເຫຼືອຈາກໂຄງການ ADB ໃນການສ້າງອາຄານຮຽນ 2 ຊັ້ນ ຈໍານວນ 1 ຫຼັງ ແລະ ຫໍພັກ 2 ຊັ້ນ ຈໍານວນ 1 ຫຼັງ.

ປີ 2013

ສູນດັ່ງກ່າວໄດ້ຮັບການປ່ຽນຊື່ເປັນ ສະຖາບັນພັດທະນາອາຊີວະສຶກສາ ເຊິ່ງປະກອບດ້ວຍ: 1 ຫ້ອງການ ແລະ 3 ສູນ ລວມມີ 12 ຂະແຫນງ.

ປີ 2016

ໄດ້ຍົກລະດັບເປັນສະຖາບັນພັດທະນາອາຊີວະສຶກສາ ໃຫ້ເປັນສະຖາບັນວິຊາການ ມີຖານະເທົ່າກັບຄະນະວິຊາ ຂອງມະຫາວິທະຍາໄລ, ມີພາລະບົດບາດ ເປັນເສນາທິການທາງດ້ານວິຊາການກ່ຽວກັບວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ.

ປີ 2019

ໄດ້ຮັບການຊ່ວຍເຫຼືອຈາກໂຄງການ KFW ໃນການສ້າງອາຄານຮຽນ 3 ຊັ້ນ, ປັບປຸງໂຮງຊ່າງໄຟຟ້າ, ລົດຍົນ, ກໍ່ສ້າງ ພ້ອມດ້ວຍປະກອບເຄື່ອງທົດລອງສໍາລັບກົນຈັກ, ກໍ່ສ້າງ ແລະ ໄຟຟ້າ ແລະ ສ້າງຫໍພັກ 2 ຊັ້ນ ຈໍານວນ 2 ຫຼັງ.

ປີ 2023

ໄດ້ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຖາບັນພັດທະນາອາຊີວະສຶກສາ ເຊິ່ງມີພາລະບົດບາດເປັນເສນາທິການທາງດ້ານວິຊາການກ່ຽວກັບວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ, ເຊິ່ງສະຖາບັນປະກອບດ້ວຍ 4 ພະແນກ ແລະ 5 ພາກວິຊາ:

  • ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ
  • ພະແນກພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນ
  • ພະແນກຄົ້ນຄວ້າ ແລະ ພັດທະນາ
  • ພະແນກກໍ່ສ້າງ ແລະ ຝຶກອົບຮົມບຸກຄະລາກອນອາຊີວະສຶກສາ
  • ພາກວິຊາຄູບໍລິຫານທຸລະກິດ ແລະ ການບໍລິການ
  • ພາກວິຊາຄູກະສິກໍາ
  • ພາກວິຊາຄູເຕັກໂນໂລຊີກົນຈັກ
  • ພາກວິຊາຄູວິສະວະກໍາໄຟຟ້າ-ເອເລັກໂຕຣນິກ
  • ພາກວິຊາຄູວິສະວະກໍາໂຍທາ ແລະ ບໍ່ແຮ່