ການສຶກສາ ການຄົ້ນຄວ້າ ແລະ ການພັດທະນາດ້ານອາຊີວະສຶກສາ
ສະຖາບັນພັດທະນາອາຊີວະສຶກສາຕັ້ງຢູ່ບໍລິເວນ ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ມີເນື້ອທີ່ປະມານ 2 ເຮັກຕາ, ມີອາຄານ ທັງໝົດ 13 ຫຼັງ ໃນນີ້ເປັນຫໍພັກ 4 ຫຼັງ, ເປັນໂຮງຝຶກງານ 4 ຫຼັງ ແລະ ເປັນຫ້ອງການ-ຫ້ອງຮຽນ 5 ຫຼັງ, ມີເຄື່ອງຈັກ-ເຄື່ອງມື, ວັດຖຸປະກອນ ແລະ ສິ່ງອໍານວຍຄວາມສະດວກທຸກຢ່າງ ທີ່ຈາໍເປັນ ສາໍລັບການປະຕິບັດງານ ແລະ ມີສະພາບແວດລ້ອມທີ່ດີ ຊຶ່ງລວມທັງ ສາລາພັກຜ່ອນ ທີ່ນັກສຶກສາ ປະກອບສ່ວນສ້າງໄວ້ເປັນທີ່ລະນຶກ ຈາໍນວນ 5 ຫຼັງ.
ກາຍເປັນສະຖາບັນຊັ້ນນຳດ້ານການພັດທະນາຄຸນນະພາບອາຈານ ແລະ ການສ້າງສະຖາບັນດ້ານອາຊີວະສຶກສາໃນປະເທດລາວ ທີ່ມີຄວາມສົມບູນແບບ ແລະ ທັນສະໄໝ.
ຖືກນໍາໃຊ້ເປັນໂຮງຮຽນກໍ່ສ້າງ ແລະ ບໍາລຸງຄູອາຊີວະສຶກສາ ໄລຍະສັ້ນ 10 ເດືອນ ໃນ 7 ສາຂາວິຊາ ມີພະນັກງານ 20 ຄົນ ແລະ ນັກສຶກສາ 206 ຄົນ.
ປ່ຽນມາເປັນສູນພັດທະນາອາຊີວະສຶກສາ ພັດທະນາຫູັກສູດ ແລະ ສື່ການຮຽນ-ການສອນ.
ຍົກລະດັບເປັນສະຖາບັນວິຊາການ ມີຖານະເທົ່າກັບຄະນະວິຊາ ຂອງມະຫາວິທະຍາໄລ.
ສ້າງຄູອາຊີວະສຶກສາ ໃນລະດັບຊັ້ນກາງໃນຫຼັກສູດ 7 ດັ່ງກ່າວ ແລະ ໄດ້ຮັບການຊ່ວຍເຫຼືອຈາກອົງການສະຫະປະຊາຊາດ.
ປ່ຽນຊື່ເປັນ ສະຖາບັນພັດທະນາອາຊີວະສຶກສາ ປະກອບດ້ວຍ: 1 ຫ້ອງການ ແລະ 3 ສູນ ລວມມີ 12 ຂະແຫນງ.
ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຖາບັນພັດທະນາອາຊີວະສຶກສາ ປະກອບດ້ວຍ 4 ພະແນກ ແລະ 5 ພາກວິຊາ.